Skip to content

Latest commit

 

History

History
119 lines (77 loc) · 11.6 KB

README.la.md

File metadata and controls

119 lines (77 loc) · 11.6 KB

Open Source Love License: MIT Open Source Helpers

"Contribute" ຜົນງານໃນ GitHub ຮ່ວມກັບຄົນອື່ນເປັນຄັ້ງທຳອິດແມ່ນບໍ່?

ມັນເປັນເລື່ອງທີ່ຂ້ອງຂ້າງຍາກໜ້ອຍໜຶ່ງ, ແຕ່ກ້າວທຳອິດໃນການເລີ່ມຕົ້ນເຮັດຫຍັງບາງຢ່າງມັນກໍ່ຈະຍາກແບບນີ້ສະເໝີ ໂດຍສະເພາະເວລາທີ່ຕ້ອງຮ່ວມງານກັບຄົນອື່ນ ເພາະເມື່ອເຮົາໄດ້ເຮັດຫຍັງຜິດພາດມັນກໍ່ມັກຈະເຮັດໃຫ້ເຮົາບໍ່ສະບາຍໃຈ, ແຕ່ວ່າໃນໂລກຂອງໂອເພັນຊອສ (open source) ຄືໂລກທີ່ເຮົາຕ້ອງໄດ້ເຮັດວຽກຮ່ວມກັນ! ເຮົາຈຶ່ງຢາກໃຫ້ຜູ້ທີ່ເຂົ້າມາໃໝ່ໄດ້ຮຽນຮູ້ວິທີການ "ຄອນທຣິບິ້ວ" ຜົນງານຮ່ວມກັບຄົນອື່ນໃນ GitHub ແບບງ່າຍໆ.

ການອ່ານບົດຄວາມ ແລະ ການທີ່ໄດ້ທົດລອງເຮັດຕົວຢ່າງຕ່າງໆກໍ່ອາດຈະຊ່ວຍໄດ້, ແຕ່ເຖິງຢ່າງໃດກໍ່ຕາມ ຄົງຈະບໍ່ມີສິ່ງໃດເໜືອໄປກວ່າການທີ່ເຮົາໄດ້ລົງມືເຮັດດ້ວຍຕົນເອງ!. ໃນໂປຣເຈັກນີ້ຈະສອນໃຫ້ມືໃໝ່ຮູ້ຈັກການສົ່ງ "contribution" ທຳອິດໄດ້ຢ່າງງ່າຍໆ.

ໃຫ້ຈື່ໄວ້ວ່າ: ຄວາມພະຍາຍາມຢູ່ທີ່ໃດ ຄວາມພະຍາຍາມກໍ່ຢູ່ທີ່ນັ້ນເຊັ່ນກັນ!

ຖ້າພ້ອມແລ້ວເຮົາມາລອງສົ່ງ contibution ທຳອິດກັນໄດ້ພຽງບໍ່ເທົ່າໃດຂັ້ນຕອນດ້ານລຸ່ມໄປພ້ອມໆກັນເລີຍ, ບອກເລີຍວ່າງ່າຍກວ່າປອກກ້ວຍ.

fork this repository

ຫາກໃຜຍັງບໍ່ໄດ້ຕິດຕັ້ງ git ລົງໃນເຄື່ອງ, ທ່ານສາມາດກົດລິ້ງຕິດຕັ້ງໄດ້ທີ່ນີ້

ກົດ "Fork" ໂປຣເຈັກນີ້

ໂປຣເຈັກຫຼັກນີ້ມັກຈະເອີ້ນວ່າ ໂປຣເຈັກຕົ້ນນ້ຳ, ທ່ານສາມາດ fork ໂປຣເຈັກຕົ້ນນ້ຳນີ້ໄປຍັງ repo ຂອງ account ຂອງທ່ານເອງໄດ້ໂດຍການກົດປຸ່ມ "Fork" ທີ່ດ້ານເທິງຂອງໜ້ານີ້.

ແລ້ວໂປຣເຈັກນີ້ກໍ່ຈະຖືກຄັດລອກໄປທີ່ account ຂອງທ່ານ.

ກົດປຸ່ມ "Clone" ໂປຣເຈັກນີ້

clone this repository

ມາຮອດຂັ້ນຕອນນີ້ເຮົາກໍ່ Clone ໂປຣເຈັກລົງມາທີ່ຄອມພິວເຕີຂອງເຮົາໂດຍການກົດທີ່ປຸ່ມ "Clone" ແລ້ວເລືອກ Copy to clipboard (ຄຳສັ່ງຄັດລອກ)

ເປີດ terminal ຂຶ້ນມາ (ຕົວຢ່າງ Terminal ໃນ MacOS ຫຼື cmd ໃນ Windows) ແລ້ວພິມຄຳສັ່ງ git ຕໍ່ໄປນີ້:

git clone "url ທີ່ຄັດລອກໄວ້"

"url ທີ່ຄັດລອກໄວ້" (ບໍ່ຕ້ອງໃສ່ " ") ຄື url ຂອງໂປຣເຈັກຂອງທ່ານ ທ່ານສາມາດກັບໄປເບິ່ງວິທີການຄັດລອກ url ໄດ້ຈາກຫົວຂໍ້ກ່ອນໜ້ານີ້

copy URL to clipboard

ຕົວຢ່າງ:

git clone https://github.com/this-is-you/first-contributions.git

this-is-you ຄືຊື່ username ຂອງທ່ານຢູ່ເທິງ GitHub, ມາຮອດບ່ອນນີ້ທ່ານໄດ້ "Clone" ໂປຣເຈັກ first-contributions ໄປໄວ້ທີ່ຄອມພິວເຕີຂອງທ່ານແລ້ວ.

ສ້າງ branch

ໃນ terminal ປ່ຽນ directory ໄປບ່ອນທີ່ທ່ານ Clone ໂປຣເຈັກໄວ້:

cd first-contributions

ບ່ອນນີ້ໃຫ້ສ້າງ branch (ແຕກສາຂາອອກມາໃໝ່) ດ້ວຍຄຳສັ່ງ git checkout:

git checkout -b <ຊື່ branch>

ຕົວຢ່າງ:

git checkout -b add-phongphat-khamphiew

(ປົກກະຕິຊື່ຂອງ branch ບໍ່ຈຳເປັນຕ້ອງມີຄຳວ່າ add ແຕ່ໃນໂປຣເຈັກນີ້ຢາກໃຫ້ໃຊ້ add-ຊື່-ຂອງ-ທ່ານ ເພາະຊື່ຂອງທ່ານຈະໄປສະແດງຢູ່ທີ່ລາຍການ Contributors (ຜູ້ເຂົ້າຮ່ວມ) ຂອງໂປຣເຈັກນີ້

ເພີ່ມຫຼືແກ້ໄຂ code ໄດ້ເລີຍ, ແຕ່ຢ່າລືມ "Commit" ບອກວ່າທ່ານໄດ້ເຮັດຫຍັງລົງໄປແລ້ວແນ່

ຕອນນີ້ໃຫ້ເປີດໄຟລ໌ Contributors.md ໃນໂປຣແກຣມ text editor ເພີ່ມຊື່ຂອງທ່ານລົງໄປ ຈາກນັ້ນບັນທຶກໄຟລ໌

git status

ໃນ terminal ຖ້າທ່ານຢູ່ທີ່ directory ຂອງໂປຣເຈັກ ໃຫ້ລອງພິມຄຳສັ່ງ git status ຈະເຫັນວ່າທ່ານໄດ້ປ່ຽນແປງໄຟລ໌ໃດແນ່ແລ້ວ.

ເພີ່ມການປ່ຽນແປງນັ້ນໆເຂົ້າໄປ branch ທີ່ຫາກໍ່ສ້າງດ້ວຍຄຳສັ່ງ git add:

git add Contributors.md

ຕອນນີ້ "Commit" ການປ່ຽນແປງດັ່ງກ່າວດ້ວຍຄຳສັ່ງ git commit:

git commit -m "Add <ຊື່ຂອງທ່ານ> to Contributors list"

ແທນບ່ອນ <ຊື່ຂອງທ່ານ> ດ້ວຍຊື່ແທ້ຂອງທ່ານ.

"Push" code ທີ່ປ່ຽນແປງຂຶ້ນ GitHub

"Push" ຜົນງານທີ່ທ່ານໄດ້ເຮັດໃນຂັ້ນຕອນກ່ອນໜ້ານີ້ຂຶ້ນ GitHub ດ້ວຍຄຳສັ່ງ git push:

git push origin <ຊື່ branch ຂອງທ່ານ>

ແທນບ່ອນ <ຊື່ branch ຂອງທ່ານ> ດ້ວຍຊື່ຂອງ branch ທີ່ທ່ານໄດ້ສ້າງໄວ້ໃນຫົວຂໍ້ກ່ອນໜ້ານີ້ (add-ຊື່-ຂອງ-ທ່ານ)

ສົ່ງຜົນງານ ແລະ ລໍຖ້າຣີວິວຈາກເຈົ້າຂອງໂປຣເຈັກ

ໄປທີ່ repository ຂອງທ່ານເທິງ GitHub ກົດທີ່ Compare & pull request

create a pull request

ຕອນນີ້ກໍ່ສົ່ງ Pull Request ໄປທີ່ໂປຣເຈັກຫຼັກ ຫຼື ໂປຣເຈັກຕົ້ນນ້ຳໄດ້ເລີຍ

submit pull request

ເຮົາຈະທຳການ "Merge" ຫຼື ລວມຜົນງານທີ່ທ່ານໄດ້ປ່ຽນແປງ code ມາທີ່ master branch ຂອງໂປຣເຈັກນີ້, ທ່ານຈະໄດ້ຮັບອີເມວເມື່ອເຮົາໄດ້ທຳການ Merge ຜົນງານຂອງທ່ານສຳເລັດແລ້ວ.

ຈະເຮັດຫຍັງຕໍ່ຫຼັງຈາກນີ້?

ຍິນດີນຳ, ທ່ານໄດ້ປະຕິບັດຂັ້ນຕອນຂອງການເຮັດ contribute ຄື fork -> clone -> edit -> pull request ເຊິ່ງຂັ້ນຕອນຕ່າງໆເຫຼົ່ານີ້ເປັນສິ່ງທີ່ທ່ານຕອງໄດ້ພົບເມື່ອທ່ານເປັນ contributor ສະເຫຼີມສະຫຼອງໃຫ້ແກ່ການມີສ່ວນຮ່ວມຂອງທ່ານ, ຢ່າລືມແບ່ງປະສົບການທີ່ທ່ານໄດ້ຮັບໃຫ້ແກ່ໝູ່ເພື່ອນຂອງທ່ານ ໂດຍໄປທີ່ ເວັບໄຊນີ້

ຫຼືຈະມີສ່ວນຮ່ວມກັບເຮົາຜ່ານ Slack ໃນກໍລະນີທີ່ທ່ານຕ້ອງການຄວາມຊ່ວຍເຫຼືອ ຫຼື ມີຂໍ້ສົງໄສໃດໆ ເຂົ້າຮ່ວມ slack ກັບພວກເຮົາ

ຈາກນີ້ທ່ານສາມາດ contribute ໃຫ້ໂປຣເຈັກອື່ນໆໄດ້, ໂດຍທາງເຮົາໄດ້ເຮັດລາຍການໂປຣເຈັກທີ່ງ່າຍຕໍ່ການເລີ່ມຕົ້ນບາງສ່ວນໄວ້ໃຫ້ ລາຍຊື່ໂປຣເຈັກທີ່ໜ້າສົນໃຈ

ເຝິກການ contribute ໂດຍໃຊ້ເຄື່ອງມືອື່ນໆ

GitHub Desktop Visual Studio 2017 GitKraken
GitHub Desktop Visual Studio 2017 GitKraken